ກອງປະຊຸມວິຊາການກຸ່ມວຽກຍ່ອຍຂອງຂະແໜງການປ່າໄມ້ Forest Sub-Sector Working Group (FSSWG)
ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມວິຊາການກຸ່ມວຽກຍ່ອຍຂອງຂະແໜງການປ່າໄມ້ຂຶ້ນ, ໃນວັນທີ 11 ມິຖຸນາ 2026 ທີ່ໂຮງແຮມລາວພລາຊາ. ເພື່ອປຶກສາຫາລືກ່ຽວກັບການຄຸ້ມຄອງປ່າໄມ້, ສັດປ່າ, ຊີວະນາໆພັນ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ຂຶ້ນກັບປ່າໄມ້ແບບຍືນຍົງ ລະຫວ່າງ ພາກລັດ ແລະ ຄູ່ຮ່ວມພັດທະນາ ເຊິ່ງກອງປະຊຸມດັ່ງກ່າວແມ່ນຈະຈັດຂື້ນເປັນປະຈໍາຢ່າງໜ້ອຍ 1 ຄັ້ງຕໍ່ປີ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ທ່ານ ໂນບຸຍູກິ ໂກເບະ (Nobuyuki Kobe) ຜູ້ຕາງໜ້າອາວຸໂສ ຈາກອົງການ JICA ປະຈໍາລາວ, ແລະ ທ່ານ ດຣ. ມາຕິນ ໂນແວັກ (Martin Nowack) ຜູ້ອຳນວຍການໂຄງການ ProFEB ຈາກອົງການ GIZ ປະຈໍາລາວ ເຊິ່ງກອງປະຊຸມໃນຄັ້ງນີ້ ແມ່ນສະໜັບສະໜູນໂດຍ ອົງການ JICA ປະຈໍາລາວ.
ໃນບົດກ່າວເປີດກອງປະຊຸມ, ໄດ້ມີການຍົກໃຫ້ເຫັນ 5 ບຸລິມະສິດຮີບດ່ວນ ທີ່ຮຽກຮ້ອງໃຫ້ມີຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກທຸກພາກສ່ວນ:
• ການຕ້ານການຄ້າຂາຍສັດປ່າຜິດກົດໝາຍ ໂດຍຮຽກຮ້ອງໃຫ້ມີການສະໜັບສະໜູນດ້ານການເງິນ ແລະ ເຕັກນິກ ເພື່ອສ້າງຕັ້ງຫ້ອງທົດລອງນິຕິວິທະຍາສັດປ່າລະດັບຊາດ.
• ການເຄັ່ງຄັດການບັງຄັບໃຊ້ກົດໝາຍ ເພື່ອຕ້ານການລັກລອບຕັດໄມ້, ການບຸກລຸກປ່າ ແລະ ໄຟປ່າ ຕາມຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 11, 15, ແລະ 25.
• ການສົ່ງເສີມຊີວິດການເປັນຢູ່ສີຂຽວ ແລະ ວິສາຫະກິດຊຸມຊົນ ເພື່ອສ້າງລາຍຮັບທີ່ຍືນຍົງໃຫ້ແກ່ປະຊາຊົນທ້ອງຖິ່ນ.
• ການຮຽກຮ້ອງການສະໜັບສະໜູນດ້ານການເງິນ ສຳລັບແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດປ່າໄມ້.
• ການພັດທະນາບຸກຄະລາກອນ ໂດຍການຍົກລະດັບສູນຝຶກອົບຮົມປ່າໄມ້ ຂຶ້ນເປັນ ສູນຝຶກອົບຮົມ ແລະ ປ້ອງກັນໄຟປ່າ.
ບຸລິມະສິດເຫຼົ່ານີ້ ແມ່ນສອດຄ່ອງກັບແຜນພັດທະນາຂະແໜງປ່າໄມ້ 5 ປີ ຄັ້ງທີ 10 (2026-2030) ເຊິ່ງມີເປົ້າໝາຍໃນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ບັນລຸ 70 ສ່ວນຮ້ອຍຂອງເນື້ອທີ່ທົ່ວປະເທດ. ແຜນດັ່ງກ່າວຄາດຄະເນວ່າຂະແໜງປ່າໄມ້ຈະເຕີບໂຕປະມານ 4.3 ສ່ວນຮ້ອຍຕໍ່ປີ ແລະ ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນ (GDP) ແຫ່ງຊາດ ປະມານ 1.9 ສ່ວນຮ້ອຍ.
ນອກຈາກນີ້, ລັດຖະບານຍັງພວມກະກຽມນິຕິກຳສຳລັບຕະຫຼາດຄາບອນປ່າໄມ້, ພ້ອມທັງການກຽມຄວາມພ້ອມສຳລັບມາດຕາ 6 ຂອງສັນຍາປາຣີ, ແລະ ການປັບປຸງກົດໝາຍວ່າດ້ວຍປ່າໄມ້ແບບຮອບດ້ານ. ພ້ອມດຽວກັນນີ້, ກົມປ່າໄມ້ ຍັງໄດ້ຂະຫຍາຍການນຳໃຊ້ເຕັກໂນໂລຊີ ເຊັ່ນ ໂດຣນ (Drones) ແລະ ປັນຍາປະດິດ (AI) ເຂົ້າໃນການຕິດຕາມການຄຸ້ມຄອງປ່າໄມ້.
ວາລະກອງປະຊຸມຍັງລວມມີການນຳສະເໜີຈາກອົງການຈັດຕັ້ງສາກົນເຊັ່ນ WCS, WWF, ສະຫະພາບເອີຣົບ (EU), ແລະ GGGI. ຈຸດເດັ່ນທີ່ສຳຄັນແມ່ນການນຳສະເໜີໂຄງການ Financing for Forests (F4F) ທີ່ສະໜັບສະໜູນໂດຍ EU ເພື່ອແນໃສ່ລະດົມການລົງທຶນເຂົ້າໃນການອະນຸລັກປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ.