ວິໄສທັດ: ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນານາພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ. ເປົ້າໝາຍ: ຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ. ພື້ນຟູບູລະນະ ແລະ ພັດທະນາ ປ່າໄມ້ທີ່ຊຸດໂຊມ ໃຫ້ມີຄວາມອຸດົມສົມບູນ ເປັນແຫຼ່ງສະສົມສິນເຊື່ອກາກບອນ, ບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກຳປຸງແຕ່ງໄມ້ ທີ່ມີການນຳໃຊ້ ເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ທັນສະໄໝ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການສ້າງລາຍຮັບ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.