Logo
Untitled 2

ວິໄສທັດ: “ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນາໆພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ”

ປະຫວັດຄວາມເປັນມາ

ປ່າໄມ້ ແມ່ນຊັບພະຍາກອນອັນລ້ຳຄ່າຂອງຊາດ ທີ່ມີບົດບາດສຳຄັນຕໍ່ການຮັກສາສົມດຸນທາງທຳມະຊາດ, ຄວາມຫຼາກຫຼາຍທາງຊີວະນາໆພັນ, ການຮັກສາແຫຼ່ງນ້ຳ, ການດູດຊຶມກາກບອນ ແລະ ເປັນຖານຊັບພະຍາກອນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຕະຫຼອດຈົນເປັນແຫຼ່ງດຳລົງຊີວິດ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ. ດ້ວຍເຫດນັ້ນ ພັກ ແລະ ລັດ ຈຶ່ງໃຫ້ຄວາມສຳຄັນຕໍ່ວຽກງານປ່າໄມ້ຢ່າງຕໍ່ເນື່ອງ ໂດຍໄດ້ວາງແນວທາງ, ນະໂຍບາຍ, ກົດໝາຍ ແລະ ມາດຕະການຕ່າງໆ ເພື່ອຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູ, ພັດທະນາ ແລະ ນຳໃຊ້ປ່າໄມ້ຢ່າງຍືນຍົງ.

ພາຍຫຼັງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ວຽກງານປ່າໄມ້ໄດ້ຖືກຈັດຕັ້ງ ແລະ ພັດທະນາຄວບຄູ່ໄປກັບວຽກງານກະສິກຳຂອງຊາດ ເພື່ອຟື້ນຟູປະເທດ, ຮັບປະກັນຄວາມໝັ້ນຄົງດ້ານຊັບພະຍາກອນທຳມະຊາດ ແລະ ສ້າງຮາກຖານໃຫ້ແກ່ການພັດທະນາໃນໄລຍະຍາວ. ຕະຫຼອດໄລຍະຫຼາຍກວ່າ 50 ປີຜ່ານມາ ກົງຈັກວຽກງານປ່າໄມ້ໄດ້ຜ່ານການປັບປຸງ ແລະ ພັດທະນາຫຼາຍຄັ້ງ ໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ແລະ ສະພາບການພັດທະນາຂອງປະເທດ.

ກົມປ່າໄມ້ ແມ່ນກົງຈັກວິຊາການຂັ້ນກົມ ສັງກັດກະຊວງກະສິກຳ ແລະ ສິ່ງແວດລ້ອມ ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນການຄຸ້ມຄອງມະຫາພາກດ້ານປ່າໄມ້, ທີ່ດິນປ່າໄມ້, ຊັບພະຍາກອນປ່າໄມ້ຕາມລະບົບ 3 ປະເພດປ່າ, ຄວາມຫຼາກຫຼາຍທາງຊີວະນາໆພັນ, ການຄຸ້ມຄອງສັດປ່າ ແລະ ພືດປ່າ, ພ້ອມທັງປະຕິບັດພັນທະຂອງ ສປປ ລາວ ຕາມສົນທິສັນຍາສາກົນທີ່ກ່ຽວຂ້ອງ. ນອກຈາກນັ້ນ ຍັງຮັບຜິດຊອບຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ແລະ ການນຳໃຊ້ຊັບພະຍາກອນປ່າໄມ້ຢ່າງຍືນຍົງ.

ຕະຫຼອດໄລຍະຜ່ານມາ ກົມປ່າໄມ້ໄດ້ມີບົດບາດສຳຄັນໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກຳດ້ານປ່າໄມ້; ການຄຸ້ມຄອງປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ; ການຟື້ນຟູປ່າໄມ້ເສື່ອມໂຊມ; ການສົ່ງເສີມການປູກປ່າ ແລະ ໄມ້ເສດຖະກິດ; ການອະນຸລັກຊີວະນາໆພັນ; ການຄຸ້ມຄອງສັດປ່າ ແລະ ພືດປ່າ; ການສົ່ງເສີມ REDD+, ການເງິນຄາບອນ, ການບໍລິການລະບົບນິເວດ ແລະ ການຄຸ້ມຄອງປ່າໄມ້ຕາມແນວທາງການພັດທະນາສີຂຽວ.

ໃນປີ 2025 ພາຍຫຼັງການປັບປຸງໂຄງປະກອບຂອງລັດຖະບານ ແລະ ການສ້າງຕັ້ງກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກົມປ່າໄມ້ໄດ້ສືບຕໍ່ປັບປຸງພາລະບົດບາດ ແລະ ກົນໄກການບໍລິຫານ ເພື່ອເພີ່ມປະສິດທິພາບການຄຸ້ມຄອງປ່າໄມ້ ແລະ ຊີວະນາໆພັນ ໃຫ້ສອດຄ່ອງກັບນະໂຍບາຍການພັດທະນາສີຂຽວ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ພັນທະສາກົນຂອງປະເທດ.

ປັດຈຸບັນ ກົມປ່າໄມ້ກຳລັງຈັດຕັ້ງຜັນຂະຫຍາຍຍຸດທະສາດປ່າໄມ້ຮອດປີ 2035 ແລະ ວິໄສທັດຮອດປີ 2050 ໂດຍສຸມໃສ່ການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູ ແລະ ພັດທະນາປ່າໄມ້ຢ່າງຍືນຍົງ; ສົ່ງເສີມການນຳໃຊ້ຊັບພະຍາກອນປ່າໄມ້ຢ່າງມີປະສິດທິຜົນ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດປ່າໄມ້; ແລະ ສ້າງຄວາມສົມດຸນລະຫວ່າງການອະນຸລັກ ແລະ ການພັດທະນາ ເພື່ອປະກອບສ່ວນໃນການສ້າງເສດຖະກິດສີຂຽວ, ຄວາມໝັ້ນຄົງທາງນິເວດ ແລະ ຄຸນນະພາບຊີວິດທີ່ດີຂຶ້ນຂອງປະຊາຊົນລາວ.

homescontents
homescontents