Logo
Untitled 2

ວິໄສທັດ: “ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນາໆພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ”

ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ

Untitled 2

ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ

       ໃນຕອນບ່າຍວັນທີ 31 ມີນາ 2025 ຢູ່ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ພົບປະໂອ້ລົມຊີ້ນໍາວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ເຂົ້າຮ່ວມມີ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ບັນດາ ທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ສູນ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຫົວໜ້າພະແນກ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມທັງໝົດ 224 ຄົນ, ຍິງ 68 ຄົນ.
       ໂອກາດນີ້, ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານກ່ຽວກັບ ສະພາບການຈັດຕັັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ພາລະບົດບາດ, ດ້ານແຜນຍຸດທະສາດ ແລະ ວິໄສທັດ ແຕ່ນີ້ຮອດປີ 2030 “ຮັບປະກັນ ດ້ານສະບຽງອາຫານ ແລະ ໂພຊະນາການທີ່ດີ; ການຜະລິດສິນຄ້າກະສິກໍາຂະຫຍາຍຕົວ, ທັນສະໄໝ, ຫຼາກຫຼາຍ, ປອດໄພ; ລະບົບນິເວດກະສິກໍາ ຂອງປະເທດ ມີຄວາມຂຽວງາມ ແລະ ປະຊາຊົນ ມີລາຍຮັບທີ່ຍືນຍົງ” ໂດຍອີງໃສ່ 3 ເສົ້າຄໍ້າຄື: ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ໄດ້ກໍານົດເອົາ 4 ແຜນງານໃຫຍ່ ແລະ ໃນປີ 2024 ປະຕິບັດໄດຄື: ແຜນງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ສາມາດຜະລິດສະບຽງອາຫານ ໄດ້ 6.13 ລ້ານໂຕນ ເທົ່າກັບ 91% ຂອງແຜນການ ປະກອບມີ: ເຂົ້າ, ພືດສະບຽງອາຫານ, ການຜະລິດຊີ້ນ, ປາ ແລະ ໄຂ; ແຜນງານຜະລິດກະສິກໍາເປັນສິນຄ້າ ການປູກຝັງ: ປະຕິບັດໄດ້ 11 ລ້ານກວ່າໂຕນ ເພີີ່ມຂຶ້ນ 13.8%, ການລ້ຽງສັດ ແລະ ການປະມົງ: ມີຟາມລ້ຽງປາກະຊັງ 146 ແຫ່ງ, ມີ 7,700 ກວ່າ ກະຊັງ ແລະ ມີຟາມລ້ຽງສັດ 2,200 ກວ່າຟາມ, ການສົ່ງອອກສິນຄ້າກະສິກໍາ ແລະ ປ່າໄມ້: ບັນລຸ 1,495 ລ້ານກວ່າໂດລາສະຫະລັດ ລື່ນແຜນການ 24.6%; ແຜນງານຄຸ້ມຄອງປົກປັກຮັກສາປ່າໄມ້ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ເຮັດໃຫ້ເນື້ອທີີ່ໄຟໄໝ້ປ່າຫຼຼຸດລົງ ແລະ ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89%; ສ້າງບ້ານພົ້ນທຸກໄດ້ 271 ບ້ານ ເທົ່າກັບ 54%; ສ້າງເມືອງພົ້ນທຸກໄດ້ 8 ເມືອງ ເທົ່າກັບ 53% ຂອງແຜນການ.
      ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາກະຊວງຫຼາຍໜ້າວຽກຄື: ວຽກທີ ໜຶ່ງ: ເພີ່ມທະວີການຈັດຕັ້ງປະຕິບັດ ແຜນການໃນປີ 2025 ໂດຍສະເພາະ ແມ່ນສຸມໃສ່ປະຕິບັດ ບັນດາຄາດໝາຍ ທີ່ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2025; ຄາດໝາຍ ທີ່ຕິດພັນກັບວາລະແຫ່ງຊາດ; ແລະ ການຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກ ໃນການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ປະກົດຜົນເປັນຈິງ; ວຽກທີ ສອງ: ອີງໃສ່ ຄວາມຈໍາເປັນພາວະວິໄສ ໃນການປັບປຸງກົງຈັກການຈັດຕັ້ງໃຫ້ໄປຕາມທິດ “ກະທັດຮັດ, ສົມເຫດສົມຜົນ, ແລະ ມີປະສິດທິພາບ” ໃນນີ້, ໜຶ່ງໃນເປົ້າໝາຍການປັບປຸງແມ່ນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈະໄດ້ໂຮມເຂົ້າກັບກະຊວງ ກະສິກໍາ ແລະ ປ່າໄມ້ ໂດຍອີງຕາມ ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ປີ 2025 ວ່າດ້ວຍ ການປັບປຸງກົງຈັດການຈັດຕັ້ງ. ສະນັ້ນ, ສະເໜີຄະນະພັກ, ຄະນະນໍາແຕ່ລະຂັ້ນ ໂດຍສະເພາະແມ່ນຄະນະພັກ, ຄະນະນໍາກະຊວງ ທີ່ຖືກປັບປຸງ ຕ້ອງເພີ່ມຄວາມເອົາໃຈໃສ່ ພ້ອມທັງຮັບຜິດຊອບໃນການສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານລັດຖະກອນ ໃຫ້ມີຄວາມຮູ້ຄວາມເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ການປັບປູງກົງຈັກການຈັດຕັ້ງ; ເພີ່ມທະວີຄວາມຮັບຜິດຊອບໃນການຊຸກຍູ້, ຕິດຕາມ ໃນການປັບປຸງກົງຈັກການຈັດຕັ້ງ ໃຫ້ໄປຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວໃຫ້ມີປະສິດທິພາບ ບົນພື້ນຖານການສ້າງຍຸດທະສາດການປັບປຸງກົງຈັກ, ພ້ອມທັງ ກໍານົດຕໍາແໜ່ງງານໃຫ້ເໝາະສົມກັບວິຊາສະເພາະທີ່ຕ້ອງການ, ສອດຄ່ອງກັບໜ້າວຽກຕົວຈິງຜ່ານການຈັດຕັ້ງປະຕິບັດເຮັດໃຫ້ກົງຈັກກະທັດຮັດມີທ່າອ່ຽງຫລຸດລົງ, ພາລະບົດບາດ, ໜ້າທີ່ຈະແຈ້ງ, ຮັດກຸມ, ກົນໄກການປະສານງານຄ່ອງຕົວ, ສອດຄ່ອງກັບສະພາບ, ຈຸດພິເສດຂອງແຕ່ລະຂະແໜງການ.

ແຫຼ່ງຂໍ້ມູນຈາກ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ



homescontents
homescontents