ກອງປະຊຸມສະໄໝສາມັນຄັ້ງທີ XXI ຂອງຄະນະກໍາມະການບໍລິຫານອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ກອງປະຊຸມສະໄໝສາມັນຄັ້ງທີ XXI ຂອງຄະນະກໍາມະການບໍລິຫານອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ໃນວັນທີ 08 ພຶດສະພາ 2025,
ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໄດ້ຈັດກອງປະຊຸມ ສະໄໝສາມັນ ຄັ້ງທີ
XXI ຂອງຄະນະກໍາມະການ ບໍລິຫານອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຂຶ້ນ,
ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ
ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທັງເປັນປະທານ ຄະນະກໍາມະການບໍລິຫານ
ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ຊຶ່ງມີທ່ານຮອງເຂົ້າແຂວງ ແຂວງບໍລິຄໍາໄຊ ແລະ
ແຂວງຄໍາມ່ວນ; ທ່ານຫົວໜ້າກົມ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ,
ທ່ານເຈົ້າເມືອງ (ຄະນະກໍາມະການບໍລິຫານ), ຂະແໜງການທີ່ກ່ຽວຂ້ອງ ແລະ
ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສີທັດ ພີມມະຈັນ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ໄດ້ລາຍງານໃຫ້ຮູ້ວ່າ: ອຸທິຍາຍແຫ່ງຊາດ ນາກາຍ-ນໍ້າເທີນ ມີເນື້ອທີ່ທັງໝົດ
427.770 ເຮັກຕາ ກວມເອົາ 2 ແຂວງ ຄື: ແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ;
ມີປ່າໄມ້ປົກຫຸ້ມ 86%, ປະກອບມີສັດປ່າ ທັງໝົດ 5 ຊະນິດພັນ ໃນນີ້: 92
ຊະນິດພັນລ້ຽງລູກດ້ວຍນໍ້ານົມ, 29 ຊະນິດພັນເລືອຄານ, 25
ຊະນິດພັນເຄິ່ງບົກເຄິ່ງນໍ້າ, 403 ຊະນິດພັນນົກ ແລະ 69 ຊະນິດພັນປາ;
ປະຊາຊົນຍັງທຸກຍາກ ອີງໃສ່ການເຮັດກະສິກໍາແບບທໍາມະຊາດ, ລ່າສັດເພື່ອກິນ ແລະ
ເກັບເຄື່ອງປ່າຂອງດົງ; ໄພຂົ່ມຂູ່ສ່ວນໃຫຍ່ ແມ່ນການຕັດໄມ້-ທໍາລາຍປ່າ,
ລ່າສັດປ່າ-ສັດນໍ້າຜິດກົດໝາຍ, ເກັບເຄື່ອງປ່າຂອງດົງຜິດກົດໝາຍ,
ການເຂົ້າປ່າສະຫງວນທີ່ຜິດລະບຽບກົດໝາຍ; ເປົ້າໝາຍໃນການຄຸ້ມຄອງອຸທິຍານແຫ່ງຊາດ
ນາກາຍ-ນໍ້າເທີນ 2022-2026 (ຫຼຸດຜ່ອນໄພຂົມຂູ່ ໃຫ້ໄດ້ 40%,
ຍົກສູງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຮັກສາປ່າປົກຫຸ້ມ ໃຫ້ໄດ້ 86%).
ນອກຈາກນີ້, ໃນທີ່ປະຊຸມ ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ; ບັນດາຂໍ້ຄົງຄ້າງ
ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນສາເຫດ ເຮັດໃຫ້ຊັບພະຍາກອນປ່າໄມ້ ແລະ
ທີ່ດິນປ່າໄມ້ໃນເຂດດັ່ງກ່າວ ຖືກບຸກລຸກ, ຈັບຈ່ອງ ແລະ ທໍາລາຍຢ່າງຕໍ່ເນື່ອງ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ກໍ່ໄດ້ພ້ອມກັນສົນທະນາ,
ປະກອບຄໍາເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ແນໃສ່ການແກ້ບັນຫາ
ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສະພາບປັດຈຸບັນ
ເພື່ອເປັນແນວທາງໃນການກໍານົດທິດທາງແຜນການ ແລະ ມາດຕາການແກ້ໄຂ ໃນຕໍ່ໜ້າ
ໃຫ້ຖືກຕ້ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ
ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ-ປົກປັກຮັກສາອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ໃຫ້ມີປະສິດທິພາບ ແລະ ສາ ມາດຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ມີຄໍາເຫັນແລກປ່ຽນບາງຈຸດ
ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ຄືດັ່ງນີ້: 1.
ໃຫ້ຈັດສັນງົບປະມານເຂົ້າໃສ່ວຽກປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃນ
ແລະ ອ້ອມຮອບເຂດອຸທິຍານແຫ່ງຊາດເປັນສ່ວນໃຫຍ່; 2. ມອບໃຫ້ກົມປ່າໄມ້ ເປັນໃຈກາງ
ສົມທົບກັບກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແລະ ພາກສ່ວນກ່ຽວຂ້ອງ
ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ
ຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024
ໃຫ້ປະກົດຜົນເປັນຈິງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ
ເພື່ອກະກຽມສະເໜີອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຂົ້າໃນບັນຊີລໍຖ້າ
ພິຈາລະນາເປັນມໍລະດົກໂລກ; 3. ໃຫ້ກົມປ່າໄມ້ ແລະ ກອງຄຸ້ມຄອງອຸທິຍານແຫ່ງຊາດ
ນາກາຍ-ນ້ຳເທີນ ສືບຕໍ່ຄົ້ນຄວ້າສ້າງກົນໄກປະສານງານ, ກົນໄກດ້ານການເງິນ ແລະ
ວິທີການອື່ນໆ ເພື່ອສ້າງແຮງຈູງໃຈແກ່ປະຊາຊົນ ທີ່ອາໄສຢູ່ໃນ ແລະ
ອ້ອມຂ້າງເຂດປ່າສະຫງວນ ໃຫ້ເຂົ້າມາມີສ່ວນຮ່ວມ; 4. ໃຫ້ກົມປ່າໄມ້, ກົມຈັດຕັ້ງ
ແລະ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງ ປະສານສົມທົບ ຕິດຕາມ, ກວດກາ ແລະ ປັບປຸງຄືນ
ໂຄງປະກອບສ້າງດ້ານບຸກຄະນະກອນ ຂອງກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ໃຫ້ມີປະສິດທິ ພາບ ຮັບປະກັນໄດ້ທັງຄຸນນະພາບ ແລະ ປະລິມານ; 5. ສະເໜີໃຫ້
ອົງການປົກຄອງຂັ້ນທ້ອງຖິ່ນ ສືບຕໍ່ ກວດກາ ຕິດຕາມ ແລະ ຊຸກຍູ້
ສະໜັບສະໜູນກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ
ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ປົກປັກຮັກສາຊັບພະຍາກອນທໍາມະຊາດ,
ຊີວະນາໆພັນ ແລະ ການພັດທະນາປັບປຸງຊີວິດການເປັນຢູ່ ຄຽງຄູ່ກັບການອະນຸລັກ ແລະ
ວຽກງານຕ່າງໆທີ່ກ່ຽວຂ້ອງ ໃຫ້ເປັນລະບົບ ແລະ ເປັນປົກກະຕິ
ເພື່ອສ້າງອຸທິຍານແຫ່ງຊາດດັ່ງກ່າວ ເປັນຕົວແບບໃນການຄຸ້ມຄອງ ປົກປັກຮັກສາປ່າໄມ້
ແລະ ຊີວະນາໆພັນ ຢ່າງມີປະສິດທິພາບ ຕາມທິດສີຂຽວ ແລະ ພັດທະນາແບບຍືນຍົງ.
ແຫຼ່ຂ່າວ: MAF Media Team