ທີ່ອາໄສ ແລະ ທຳການຜະລິດຢູ່ໃນເຂດ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ກ່ອນລັດຖະບານຮັບຮອງເຂດປ່າໄມ້ດັ່ງກ່າວ ໂດຍສຸມໃສ່ ການສໍາຫຼວດ ແລະ ເກັບກຳຂໍ້ມູນ ກ່ຽວກັບການນໍາໃຊ້ທີ່ດິນ ຫຼື ສິດນໍາໃຊ້ທີ່ດິນ ຂອງປະຊາຊົນ ທີ່ຕັ້ງພູມລຳເນົາ ແລະ ອາໄສຢູ່ ກ່ອນການຮັບຮອງປະເພດປ່າດັ່ງກ່າວ ເພື່ອຈັດສັນອອກ ໃບຢັ້ງຢືນການນໍາໃຊ້ທີ່ດິນ ຫຼື ຂຶ້ນທະບຽນອອກໃບຕາດິນ ເຊັ່ນ: ທີ່ດິນປຸກສ້າງທີ່ຢູ່ອາໄສ ແລະ ທີ່ດິນກະສິກຳຖາວອນ ໃຫ້ພວກກ່ຽວຕາມກົດໝາຍ ແລະ ລະບຽບການ.
ໂດຍສະເພາະເຂດລັດຖະບານ ໄດ້ກຳນົດເປັນເຂດ ທີ່ຢູ່ອາໄສ ແລະ ບ່ອນທຳມາຫາກິນໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບຈາກ ໂຄງການພັດທະນາ ເພື່ອໃຫ້ມີເຂດທຳການຜະລິດ ແລະ ມີແຫຼ່ງລາຍຮັບທີ່ແນ່ນອນ ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເພື່ອຫຼຸດຜ່ອນຜົນກະທົບຕໍ່ປ່າໄມ້.
ດ້ວຍການສ້າງຕັ້ງ ກຸ່ມ ຫຼື ສະຫະກອນປູກ ໄມ້ ແລະ ເຄື່ອງປ່າຂອງດົງ ຂອງຊຸມຊົນ, ຝຶກອົບຮົມ ເຕັກນິກການ ກ້າເບ້ຍ, ປູກ, ບົວລະບັດຮັກສາ, ກະສິກຳ-ປ່າໄມ້ ແລະ ລ້ຽງສັດ-ປ່າໄມ້ ແບບປະສົມປະສານ (Agro-Silvo-Pastoral) ໃນຮູບແບບຕ່າງໆ ທີ່ແທດເໝາະກັບ ສະພາບ ແລະ ຈຸດພິເສດຂອງທ້ອງຖິ່ນ, ການເຂົ້າເຖິງ ນະໂຍບາຍຕ່າງໆຂອງລັດ ກ່ຽວກັບການປູກ ໄມ້ ແລະ ເຄື່ອງປ່າຂອງດົງ.
ໂດຍສຸມໃສ່ ສ້າງຄູ່ມື ແລະ ບົດແນະນຳດ້ານເຕັກນິກ, ການເຂົ້າເຖິງແຫຼ່ງທຶນຕ່າງໆ ກ່ຽວກັບການດໍາເນີນ ກະສິກຳ-ປ່າໄມ້ ແລະ ລ້ຽງສັດ-ປ່າໄມ້ ແບບປະສົມປະສານ ໃນຮູບແບບຕ່າງໆ ເຊັ່ນ: ການປູກໄມ້ແບບປະສົມປະສານ, ການລ້ຽງສັດຢູ່ໃນເຂດປ່າໄມ້ ແລະ ກະສິກໍາໃນເຂດທີ່ກໍານົດໄວ້.
ຂອງຄອບຄົວ ແລະ ຊຸມຊົນ ໂດຍສຸມໃສ່ ຊຸກຍູ້ ແລະ ສົ່ງເສີມ ການດໍາເນີນທຸລະກິດ ກະສິກຳ ແລະ ປ່າໄມ້ ແບບປະສົມປະສານ, ສ້າງປະຖົມປັດໄຈ ໃນການແລກປ່ຽນສິນຄ້າ, ຜະລິດຕະພັນ ໄມ້ ແລະ ເຄື່ອງປ່າຂອງດົງ ເຊັ່ນ: ການເຂົ້າເຖິງຕະຫຼາດ, ການສ້າງຕະຫຼາດ ຫຼື ຈຸດແລກປ່ຽນສິນຄ້າ ຂອງຊຸມຊົນ.