Logo
Untitled 2

ວິໄສທັດ: “ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນາໆພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ”

ແຜນຍຸດທະສາດ IV: ພັດທະນາອຸດສາຫະກຳປຸງແຕ່ງ ໄມ້ ແລະ ເຄື່ອງປ່າຂອງດົງ

ຈຸດປະສົງ: ເພື່ອພັດທະນາອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ ແນໃສ່ ຍົກສູງຄຸນນະພາບ ແລະ ມາດຕະຖານ ພ້ອມທັງສ້າງມູນຄ່າເພີ່ມ ແລະ ຂະຫຍາຍການຕະຫຼາດ ໃຫ້ກວ້າງຂວາງ, ປະກອບມີ 2 ແຜນວຽກຈຸດສຸມ ດັ່ງລຸ່ມນີ້:

ແຜນວຽກຈຸດສຸມ 4.1: ພັດທະນາ ອຸດສາຫະກຳປຸງແຕ່ງໄມ້

ຈຸດປະສົງ: ເພື່ອເຮັດໃຫ້ ການປຸງແຕ່ງໄມ້ ມີປະສິດທິພາບ ແລະ ປະສິດທິຜົນສູງ ສາມາດສ້າງມູນຄ່າເພີ່ມ ຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ ແນໃສ່ຮັບປະກັນ ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ທີ່ໄດ້ມາດຕະຖານ ຮັບໃຊ້ພາຍໃນ ແລະ ສົ່ງອອກ, ປະກອບມີ 3 ໂຄງການ ບູລິມະສິດ:

ແຜນວຽກຈຸດສຸມ 4.2: ອຸດສາຫະກໍາປຸງແຕ່ງເຄື່ອງປ່າຂອງດົງ

ຈຸດປະສົງ: ເພື່ອເຮັດໃຫ້ການປຸງແຕ່ງເຄື່ອງປ່າຂອງດົງ ມີປະສິດທິພາບ ແລະ ປະສິດທິຜົນສູງ ສາມາດສ້າງມູນຄ່າເພີ່ມ ຕາມທິດຫັນເປັນອຸດສາຫະກຳ, ນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ທັນສະໄໝ ແນໃສ່ຮັບປະກັນ ປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ຮັບໃຊ້ພາຍໃນ ແລະ ສົ່ງອອກ, ປະກອບມີ 3 ໂຄງການບູລິມະສິດ:
homescontents
homescontents