Logo
Untitled 2

ວິໄສທັດ: “ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນາໆພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ”

ແຜນຍຸດທະສາດ III: ນຳໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້

ຈຸດປະສົງ: ເພື່ອນຳໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ມີປະສິດທິຜົນ, ເປັນມິດຕໍ່ສິ່ງແວດລ້ອມ, ປະຢັດ, ຍືນຍົງ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ ສົ່ງເສີມອຸດສາຫະກຳປຸງແຕ່ງໄມ້ໃຫ້ເຂັ້ມແຂງ, ເສີມຂະຫຍາຍການທ່ອງທ່ຽວແບບອະນຸລັກທຳມະຊາດ ແລະ ການຜະລິດສິນເຊື່ອກາກບອນປ່າໄມ້ ໃຫ້ມີຄວາມຍືນຍົງ, ປະກອບມີ 2 ແຜນວຽກຈຸດສຸມ ດັ່ງລຸ່ມນີ້:

ແຜນວຽກຈຸດສຸມ 3.1: ອຸດສາຫະກຳ ການທ່ອງທ່ຽວແບບອະນຸລັກທຳມະຊາດ

ຈຸດປະສົງ: ເພື່ອສົ່ງເສີມ ການທ່ອງທ່ຽວແບບອະນຸລັກທຳມະຊາດ ໄປຄຽງຄູ່ກັບການປົກປັກຮັກສາ ແລະ ພັດທະນາປ່າໄມ້ ປະກອບສ່ວນເຂົ້າໃນ ລວມຍອດຜະລິດຕະພັນພາຍໃນ (GDP) ແລະ ລາຍໄດ້ແຫ່ງຊາດ (GNI), ປະກອບມີ 2 ໂຄງການບູລິມະສິດ:

ແຜນວຽກຈຸດສຸມ 3.2: ການຊື້ ຂາຍສິນເຊື່ອກາກບອນປ່າໄມ້

ຈຸດປະສົງ: ເພື່ອເຮັດໃຫ້ການຄຸ້ມຄອງວຽກງານ ຊື້ ຂາຍສິນເຊື່ອກາກບອນປ່າໄມ້ ແລະ ການພັດທະນາພະລັງງານສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າສູ່ລະບົບ, ມີປະສິດທິພາບ ແລະ ປະສິດທິຜົນສູງ ສາມາດຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC), ສ້າງລາຍຮັບອັນແນ່ນອນ, ປະກອບສ່ວນເຂົ້າໃນການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ແລະ ລາຍໄດ້ແຫ່ງຊາດ (GNI), ປະກອບດ້ວຍ 3 ໂຄງການບູລິມະສິດ:
homescontents
homescontents