ແຜນຍຸດທະສາດ II: ປູກ ແລະ ຟື້ນຟູບູລະນະປ່າໄມ້
ຈຸດປະສົງ:
ເພື່ອສົ່ງເສີມ ການປູກ ແລະ ຟື້ນຟູບູລະນະປ່າໄມ້ ໃຫ້ອຸດົມສົມບູນ ແນໃສ່ ຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ, ດູດຊັບອາຍກາກໂບນິກ ໃຫ້ໄດ້ 15 ລ້ານ ໂຕນ ອາຍກາກໂບນິກທຽບເທົ່າ (tCO2e) ປະກອບສ່ວນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ປົກປັກຮັກສາຊີວະນານາພັນ ແລະ ສິ່ງແວດລ້ອມ, ປະກອບມີ 4 ແຜນວຽກຈຸດສຸມ ດັ່ງລຸ່ມນີ້:
ແຜນວຽກຈຸດສຸມ 2.1: ສົ່ງເສີມປູກ ໄມ້ ແລະ ເຄື່ອງປ່າຂອງດົງ
ຈຸດປະສົງ:
ເພື່ອປູກ ໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ໄດ້ ຢ່າງໜ້ອຍ 0.5 ລ້ານ ເຮັກຕາ ແນ່ໃສ່ຮັບປະກັນ ການປົກປັກຮັກສາ ຊີວະນານາພັນ ແລະ ສິ່ງແວດລ້ອມ ແລະ ສະໜອງວັດຖຸດິບ ໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງ ໄມ້ ແລະ ເຄື່ອງປ່າຂອງດົງ ຢ່າງພຽງພໍ, ປະກອບມີ 4 ໂຄງການບູລິມະສິດ:
-
ໂຄງການ 1: ພັດທະນາແຜນແມ່ບົດການປູກ ໄມ້ ແລະ ເຄື່ອງປ່າຂອງດົງ ແຫ່ງຊາດ
ໂດຍສຸມໃສ່ ພັດທະນາຖານຂໍ້ມູນ ແລະ ສ້າງແຜນທີ່ ເຂດປ່າຊຸດໂຊມ ແລະ ປອກໂຫຼ້ນ ຢູ່ໃນ ແລະ ນອກ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ແຕ່ລະໄລຍະ, ກຳນົດເຂດສົ່ງເສີມປູກ ໄມ້ ແລະ ເຄື່ອງປ່າຂອງດົງ, ກຳນົດຫຼັກການກ່ຽວກັບ ການປູກໄມ້ ທີ່ເປັນມິດຕໍ່ ສິ່ງແວດລ້ອມ ແລະ ສັງຄົມ (National Planted Forest Code).
-
ໂຄງການ 2: ສົ່ງເສີມການປູກ ໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອປົກປັກຮັກສາ ສິ່ງແວດລ້ອມ, ແຫຼ່ງນ້ຳ, ຊີວະນານາພັນ ແລະ ການບໍລິການທາງດ້ານລະບົບນິເວດປ່າໄມ້
ໃນເຂດປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫຼ້ນ ໃນປ່າປ້ອງກັນ, ປ່າສະຫງວນ, ເຂດບໍລິເວນແຄມນ້ຳ ແລະ ສະຖານທີ່ທີ່ລັດຈັດສັນ ໃຫ້ໄດ້ ຢ່າງໜ້ອຍ 0.1 ລ້ານ ເຮັກຕາ.
-
ໂຄງການ 3: ສົ່ງເສີມການປູກ ໄມ້ ແລະ ເຄື່ອງປ່າຂອງດົງ ເປັນສິນຄ້າ
ໃນພື້ນທີ່ ປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫຼ້ນ ໃນເຂດ ປ່າຜະລິດ ແລະ ທີ່ດິນອື່ນໆ ໃຫ້ໄດ້ຢ່າງໜ້ອຍ 0.4 ລ້ານ ເຮັກຕາ ເພື່ອຮັບປະກັນ ການສະໜອງວັດຖຸດິບ ໃຫ້ໂຮງງານອຸດສາຫະກໍາປຸງແຕ່ງ ໄມ້ ແລະ ເຄື່ອງປ່າຂອງດົງ.
-
ໂຄງການ 4: ສົ່ງເສີມການຂຶ້ນທະບຽນ ປ່າປູກ ແລະ ຢັ້ງຢືນ ໄມ້ປູກ, ເຄື່ອງປ່າຂອງດົງທີ່ປູກ ແລະ ໄມ້ທໍາມະຊາດ
ເພື່ອຢັ້ງຢືນກຳມະສິດ, ແຫຼ່ງທີ່ມາຂອງ ໄມ້ ແລະ ເຄື່ອງປ່າຂອງດົງ.
ແຜນວຽກຈຸດສຸມ 2.2: ຟື້ນຟູປ່າໄມ້ ເພື່ອສິ່ງແວດລ້ອມ ແລະ ຊີວະນານາພັນ
ຈຸດປະສົງ:
ເພື່ອຟື້ນຟູປ່າໄມ້ທຳມະຊາດ ທີ່ມີສະພາບຊຸດໂຊມ ໃຫ້ໄດ້ຢ່າງໜ້ອຍ 1.3 ລ້ານ ເຮັກຕາ ແນໃສ່ປົກປັກຮັກສາ ຊີວະນານາພັນ, ສິ່ງແວດລ້ອມ ແລະ ດູດຊັບ ອາຍກາກໂບນິກ, ປະກອບມີ 2 ໂຄງການບູລິມະສິດ:
-
ໂຄງການ 1: ພັດທະນາ ແຜນແມ່ບົດ ການຟື້ນຟູປ່າໄມ້ ແຫ່ງຊາດ
ໂດຍສຸມໃສ່ ພັດທະນາຖານຂໍ້ມູນ ແລະ ສ້າງແຜນທີ່ ຟື້ນຟູ ປ່າໄມ້ ແລະ ເຄື່ອງປ່າຂອງດົງ ແຫ່ງຊາດ, ພັດທະນາ ຫຼັກການກ່ຽວກັບ ການຟື້ນຟູປ່າໄມ້ ແບບທໍາມະຊາດ ແລະ ແບບປູກເສີມ ຕິດພັນກັບກິດຈະກຳສົ່ງເສີມການສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າ.
-
ໂຄງການ 2: ຊຸກຍູ້ ແລະ ສົ່ງເສີມ ການຈັດຕັ້ງປະຕິບັດ ແຜນແມ່ບົດການຟື້ນຟູປ່າໄມ້
ໂດຍສຸມໃສ່ຂຶ້ນທະບຽນເຂດປ່າໄມ້ ທີ່ໄດ້ຮັບການຟື້ນຟູ ຕາມລະບຽບການ ເພື່ອປະຕິບັດນະໂຍບາຍ ຕໍ່ຜູ້ ຟື້ນຟູ ຫຼື ລົງທຶນຟື້ນຟູ ປ່າໄມ້.