Logo
Untitled 2

ວິໄສທັດ: “ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນາໆພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ”

ແຜນຍຸດທະສາດ I: ຄຸ້ມຄອງ ແລະ ປົກປັກຮັກສາ ປ່າໄມ້

ຈຸດປະສົງ: ເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ປ່າໄມ້ ແລະ ທີ່ດິນປ່າໄມ້ ທຸກປະເພດ ທີ່ມີຢູ່ລວມທັງທີ່ດິນບໍລິເວນນໍ້າ ບໍ່ໃຫ້ຖືກບຸກລຸກ, ທໍາລາຍ ຫຼື ຊຸດໂຊມ ແນໃສ່ບັນລຸຄາດໝາຍ ຫຼຸດຜ່ອນຈາກການປ່ອຍທາດອາຍເຮືອນແກ້ວ ທີ່ເກີດຂຶ້ນຍ້ອນການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ ປະມານ 40 ລ້ານ ໂຕນ ອາຍກາກໂບນິກທຽບເທົ່າ (tCO2e), ຮັບປະກັນການປົກປັກຮັກສາຄຸນນະພາບຂອງ ດິນ, ອາກາດ, ແຫຼ່ງນ້ຳ, ຊີວະນານາພັນ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ປະກອບມີ 6 ແຜນວຽກຈຸດສຸມດັ່ງລຸ່ມນີ້:

ແຜນວຽກຈຸດສຸມ 1.1: ຄຸ້ມຄອງ ແລະ ປົກປັກຮັກສາປ່າປ້ອງກັນ

ຈຸດປະສົງ: ເພື່ອຄຸ້ມຄອງ ແລະ ປັກຮັກສາ ປ່າປ້ອງກັນ ແລະ ທີ່ດິນປ່າປ້ອງກັນ ຈຳນວນ 8.2 ລ້ານ ເຮັກຕາ ໃຫ້ເປັນລະບົບ ແນໃສ່ ການຮັກສາ ແຫຼ່ງນໍ້າ, ປ່າຍອດນໍ້າ, ປ່າແຄມນ້ຳ ແລະ ແຄມທາງ, ປ້ອງກັນການເຊາະເຈື່ອນ ແລະ ຮັກສາຄຸນນະພາບຂອງດິນ, ປ້ອງກັນໄພພິບັດທາງທຳມະຊາດ ແລະ ສິ່ງແວດລ້ອມ, ປະກອບມີ 3 ໂຄງການບູລິມະສິດ:

ແຜນວຽກຈຸດສຸມ 1.2: ຄຸ້ມຄອງ ແລະ ປົກປັກຮັກສາປ່າສະຫງວນ

ຈຸດປະສົງ: ເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ປ່າສະຫງວນ ແລະ ທີ່ດິນປ່າສະຫງວນ ຈຳນວນ 4.7 ລ້ານ ເຮັກຕາ ໃຫ້ອຸດົມສົມບູນ ແນໃສ່ອະນຸລັກຮັກສາ ຄວາມສວຍສົດງົດງາມຂອງທິວທັດທໍາມະຊາດ, ລະບົບນິເວດ ປ່າໄມ້ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ, ປະກອບມີ 2 ໂຄງການບູລິມະສິດ:

ແຜນວຽກຈຸດສຸມ 1.3: ຄຸ້ມຄອງ ແລະ ປົກປັກຮັກສາປ່າຜະລິດ

ຈຸດປະສົງ: ຄຸ້ມຄອງ ແລະ ປົກປັກຮັກສາ ປ່າຜະລິດ ແລະ ທີ່ດິນປ່າຜະລິດ ຈຳນວນ 3.1 ລ້ານ ເຮັກຕາ ໃຫ້ອຸດົມສົມບູນ ແລະ ມີບໍລິມາດໄມ້ ຕອບສະໜອງໃຫ້ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢ່າງພຽງພໍ, ປະກອບມີ 2 ໂຄງການບູລິມະສິດ:

ແຜນວຽກຈຸດສຸມ 1.4: ຄຸ້ມຄອງ ແລະ ປົກປັກຮັກສາທີ່ດິນບໍລິເວນນໍ້າ

ຈຸດປະສົງ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນບໍລິເວນນ້ຳ ໃຫ້ມີຄວາມຍືນຍົງ, ຮັກສາຄວາມສົມດຸນຂອງລະບົບນິເວດ, ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ພ້ອມທັງເປັນບ່ອນບໍາບັດຄຸນນະພາບນ້ຳ, ຫຼຸດຜ່ອນໄພນ້ຳຖ້ວມ, ໄພແຫ້ງແລ້ງ, ດູດຊັບທາດກາກບອນ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ປະກອບມີ 2 ໂຄງການບູລິມະສິດ:

ແຜນວຽກຈຸດສຸມ 1.5: ຄຸ້ມຄອງ ແລະ ປົກປັກຮັກສາຊີວະນານາພັນ, ພັນໄມ້, ພັນພືດ ແລະ ພັນສັດປ່າ

ຈຸດປະສົງ: ເພື່ອປົກປັກຮັກສາ ຊີວະນານາພັນ, ພັນໄມ້, ພັນພືດ, ພັນສັດປ່າ ແລະ ເຄື່ອງປ່າຂອງດົງເປັນຕົ້ນ ຊະນິດພັນ ຫວງຫ້າມ, ຫາຍາກ ແລະ ໃກ້ຈະສູນພັນ ແນໃສ່ເຮັດໃຫ້ຊັບພະຍາກອນ ປ່າໄມ້ ແລະ ຊີວະນານາພັນ ມີຄວາມອຸດົມສົມບູນ, ປະກອບມີ 4 ໂຄງການບູລິມະສິດ:

ແຜນວຽກຈຸດສຸມ 1.6: ສະກັດກັ້ນ ແລະ ຕ້ານ ການບຸກລຸກ ແລະ ທໍາລາຍ ປ່າໄມ້ ແລະ ທີ່ດິນປ່າໄມ້

ຈຸດປະສົງ: ເພື່ອຮັບປະກັນ ການຈັດຕັ້ງປະຕິບັດ ກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໃຫ້ມີຄວາມເຂັ້ມງວດ ແລະ ດຳເນີນມາດຕະການ ຕໍ່ຜູ້ກະທຳຜິດໃຫ້ໄປຕາມຂັ້ນຕອນ ຂອງຂະບວນການຍຸຕິທຳ ແນໃສ່ ສະກັດກັ້ນ ແລະ ຕ້ານ ການບຸກລຸກ ແລະ ທໍາລາຍຊັບພະຍາກອນປ່າໄມ້, ປະກອບມີ 5 ໂຄງການບູລິມາສິດ:
homescontents
homescontents